
ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2024 ທີ່ກະຊວງປ້ອງກັນຄວາມສະຫງົບ ໄດ້ມີພິທີ ປະດັບຫຼຽນກາພັດທະນາ ແລະ ຫຼຽນກາ ປກສ ໃຫ້ບັນດາບໍລິສັດທີ່ໄດ້ປະກອບສ່ວນອຸປະຖຳທາງດ້ານວັດຖຸປັດໃຈໃຫ້ກະຊວງປ້ອງກັນຄວາມສະຫງົບ
ເຊິ່ງພາຍໃນງານໄດ້ໃຫ້ກຽດເປັນປະທານໂດຍ: ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ພາກສ່ວນ ບໍລິສັດ ທະວີຊັບ ກໍ່ສ້າງ-ຂົວທາງ ຈຳກັດຜູ້ດຽວ ໂດຍ ທ່ານ ສຸກດາລາ ນໍລະແສງ ປະທານບໍລິສັດ ກໍ່ໄດ້ໃຫ້ການປະກອນສ່ວນອຸປະຖຳ.

ຂ້າພະເຈົ້າໃນນາມ ກຸ່ມບໍລິສັດ ທະວີຊັບ ຂໍເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນວຽກງານ ກະຊວງປ້ອງກັນຄວາມສະຫງົບ ເພື່ອສ້າງສາພັດທະນາປະເທດຊາດໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າຍິ່ງໆຂຶ້ນໄປ.

