ພີທີເຊັນສັນຍາໄດ້ຈັດຂຶ້ນໃນຕອນແລງ ຂອງວັນທີ 13 ກັນຍາ 2023 ທີ່ໂຮງແຮມ ແລນມາກ ແມ່ຂອງຣີເວີໄຊດ໌ ນະຄອນຫຼວງວຽງຈັນ, ລະຫວ່າງ ກະຊວງການເງິນ ຕາງໜ້າໂດຍ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກັບ ບໍລິສັດ ອາໂລ ເຕັກໂນໂລຊີ ຈຳກັດ ແລະ ບໍລິສັດ ທະວີຊັບ ກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ.
ເຊິ່ງການລົງນາມຄັ້ງນີ້ ຮ່ວມລົງນາມໂດຍ ທ່ານປະສົມເພັດ ຄຳຕັນ ວ່າການແທນຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ທ່ານ ທະນູສອນ ພົນອາມາດ ປະທານ ບໍລິສັດ ອາໂລ ເຕັກໂນໂລຊີ ຈຳກັດ ແລະ ທ່ານ ສຸກດາລາ ນໍລະແສງ ປະທານບໍລິສັດ ທະວີຊັບ ກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ, ໂດຍການໃຫ້ກຽດເປັນສັກຂີພິຍານ ໂດຍທ່ານ ບຸນປອນ ວັນນິຈິດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ດ້ວຍທຶນຈົດທະບຽນທັງໝົດ 50 ຕື້ກີບ.
ຫຼັງຈາກສຳເລັດພິທີ, ທັງໝົດກໍ່ໄດ້ຮ່ວມກັນຖ່າຍຮູບເພື່ອເປັນທີ່ລະນຶກ ແລະ ໄດ້ຮ່ວມຮັບປະທານອາຫານຄ່ຳ.


