ພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນຈັນ ວັນທີ 28 ສິງຫາ 2023, ທີ່ຫ້ອງຮັບຮອງ ຂອງອົງການໄອຍະການປະຊາຊົນສູງສຸດ, ໂດຍການເປັນປະທານຮັບເງິນໂດຍທ່ານ ໄຊຊະນະ ໂຄດພູທອນ, ເລຂາຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ, ມອບໂດຍ ທ່ານ ສຸກດາລາ ນໍລະແສງ, ປະທານບໍລິສັດ ທະວີຊັບ ກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ.

ເຊິ່ງການອຸປະຖຳຄັ້ງນີ້ ທ່ານ ສຸກດາລາ ນໍລະແສງ, ໄດ້ມອບເງິນສົດ ມູນຄ່າ 100.000.000 ກີບ, ເພື່ອນຳໃຊ້ຊື້ອຸປະກອນນຳໃຊ້ເຂົ້າໃນວຽກງານ ຂອງອົງການໄອຍະການປະຊາຊົນສູງສຸດ.