ພິທີ ມອບ-ຮັບ ອາຄານ ສູນຮັບຕ້ອນຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ

ພິທີ ມອບ-ຮັບ ອາຄານ ສູນຮັບຕ້ອນຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ ແຂວງຫຼວງນໍ້າທາ ໃນວັນທີ 3 ພຶດສະພາ 2023, ໂດຍການເຂົ້າຮ່ວມຂອງ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີທ່ານ ພົຕ ຈັນສະແຫວງ ທິບຄູນທອງ ຮອງເລຂາພັກແຂວງ, ປະທານກວດກາ ແຂວງຫຼວງນໍ້າທາ, ມີຮອງປະທານສູນກາງສະຫະພັນແມ່ຍິງລາວ, ປະທານບໍລິສັດ ທະວີຊັບ ກໍ່ສ້າງ ຈໍາກັດ ຜູ້ດຽວ, ບັນດາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ແຂວງ, ຫ້ອງວ່າການກະຊວງ, ບັນດາກົມໃຫຍ່, ສະມາຊິກກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດ ພ້ອມດ້ວຍນັກທຸລະກິດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ສຸກດາລາ ນໍລະແສງ ປະທານ ບໍລິສັດ ທະວີຊັບ ກໍ່ສ້າງ ຈຳກັດ ຜູ້ດຽວ, ໄດ້ຂຶ້ນລາຍງານກ່ຽວກັບຜົນສໍາເລັດຂອງການກໍ່ສ້າງ ໂດຍສັງລວມບໍລິມາດ ແລະ ມູນຄ່າໂຄງການ ລວມທັງໝົດ 14.207.755.878 ກີບ (ສິບສີ່ຕື້ ສອງຮ້ອຍເຈັດລ້ານ ເຈັດແສນຫ້າສິບຫ້າພັນ ແປດຮ້ອຍເຈັດສິບແປດກີບ), ເຊິ່ງປະກອບມີ 03 ໄລຍະການກໍ່ສ້າງ ໂດຍໄດ້ເລີ່ມກໍ່ສ້າງມາແຕ່ ວັນທີ 7 ພຶດສະພາ 2021 ຫາ ວັນທີ 18 ກຸມພາ 2023 ຈຶ່ງສໍາເລັດໂຄງການກໍ່ສ້າງ.

ໃນຕອນທ້າຍ, ໄດ້ມີພິທີເຊັນ ມອບ-ຮັບ ອາຄານ ຢ່າງເປັນທາງການ ລະຫວ່າງ ພຈົວ ອິນສົມ ທໍາລາສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ທ່ານ ສຸກດາລາ ນໍລະແສງ ປະທານບໍລິສັດ ທະວີຊັບ ກໍ່ສ້າງ ຈໍາກັດ ຜູ້ດຽວ ໂດຍຊ່ອງໜ້າ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ທ່ານ ພົຕ ຈັນສະແຫວງ ທິບຄູນທອງ ຮອງເລຂາພັກແຂວງ, ປະທານກວດກາ ແຂວງຫຼວງນໍ້າທາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ຈາກນັ້ນ, ກໍ່ໄດ້ພ້ອມກັນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີຣິມຸງຄຸນ ໃຫ້ແກ່ສູນຮັບຕ້ອນຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ ທີ່ແຂວງຫຼວງນໍ້າທາ.

ພ້ອມນັ້ນ, ບັນດາທ່ານແຂກທີ່ມີກຽດກໍ່ໄດ້ທ່ຽວຊົມອາຄານຂອງສູນຮັບຕ້ອນຊົ່ວຄາວ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດພາກເໜືອຕື່ມອີກ.

Leave a Comment

Your email address will not be published. Required fields are marked *

Scroll to Top